ພວກເຮົາແມ່ນໃຜ
ຕົ້ນກ້າແມ່ນເວັບໄຊ້ຮຽນອອນລາຍທຳອິດຂອງປະເທດລາວ, ເລີ່ມໃນປີ 2017 ໂດຍມີຜູ້ກໍ່ຕັ້ງຈຳນວນ 4 ຄົນ. ຕົ້ນກ້າເປັນໜຶ່ງໃນ 21 ທີມໂຄງການທີ່ຖືກເລືອກໃຫ້ໄດ້ທຶນຈາກ YSEALI Seeds for the Future 2018. ທີມຂອງພວກເຮົາມີທັງໝົດ 18 ຄົນ, ຕັ້ງໃຈເຮັດວຽກນຳກັນເພື່ອໃຫ້ນັກຮຽນໃນລາວສາມາດເຂົ້າເຖິງການຮຽນອອນລາຍ.
ພວກເຮົາເຮັດຫຍັງ
ຕົ້ນກ້າໃຫ້ອີກທາງເລືອກແກ່ນັກຮຽນໃນການຮຽນນອກຫ້ອງຮຽນທຸກທີ່ທຸກເວລາ. ພວກເຮົາອະທິບາຍບົດຮຽນ ແລະ ສອນການແກ້ບົດເຝິກຫັດຂອງ 3 ວິຊາຫຼັກໃນລະດັບມັດທະຍົມປາຍ ໄດ້ແກ່: ເລກ, ຟີຊິກ, ເຄມີ. ພວກເຮົາຍັງມີຄັງຫົວບົດສອບເສັງຈາກປີທີ່ຜ່ານມາ ເພື່ອສະໜອງໃຫ້ແກ່ນັກຮຽນທີ່ກຳລັງກຽມເສັງຈົບຊັ້ນ ແລະ ກຽມເສັງເຂົ້າມະຫາວິທະຍາໄລແຫ່ງຊາດ. ນອກນັ້ນ, ຍັງມີຄອດສການສອນທັກຊະທີ່ຈຳເປັນສຳຫຼັບທຸກຄົນ ເຊັ່ນ: ສອນພື້ນຖານ Microsoft Excel ແລະ ການຂຽນ CV.
