Microsoft Excel
ຄອສຮຽນພື້ນຖານ Microsoft Excel
Microsoft Outlook [Basic]
ພື້ນຖານການນຳໃຊ້ Microsoft Outlook
Tonkar Cooking
ເລື່ອງກິນເລື່ອງໃຫຍ່! ໃຜໆກໍມັກກິນ, ແລ້ວຖ້າຢາກແຕ່ງກິນເອງ ແຕ່ເຮັດບໍ່ເປັນເດ? Tonkar Cooking ຄືຄຳຕອບ! ຄອດສ໌ສອນແຕ່ງກິນນີ້ຈະລວບລວມສູດອາຫານ ແລະ ຂັ້ນຕອນການເຮັດ, ເຊິ່ງຈະມີທັງເມນູຂອງຄາວ ແລະ ຂອງຫວານໃຫ້ທຸກຄົນໄດ້ລອງເຮັດກິນເອງຢູ່ເຮືອນ. ພ້ອມທັງສາມາດນຳໄປປະກອບອາຊີບ ຫຼື ເປັນໄອເດຍໃຫ້ສຳລັບຜູ້ທີ່ເຮັດທຸລະກິດດ້ານອາຫານນີ້ຢູ່ແລ້ວໃຫ້ສາມາດສ້າງລາຍໄດ້ຂື້ນຕື່ມ
English Lessons by Tutor Pookkee
ຄອສນີ້ຈະເນັ້ນຫຼັກການນຳໃຊ້ພາສາອັງກິດຢ່າງຖືກຕ້ອງໂດຍຈະ focus ໄປທີ່ Grammar ເປັນຫຼັກ! ໃຜສົນໃຈຢ່າງລໍຊ້າກົດລົງທຽນຮຽນໄດ້ເລີຍ!
ທັກສະພື້ນຖານທົ່ວໄປ
ທັກສະທົ່ວໄປ ເປັນທັກສະທີ່ຈຳເປັນໃນການເຮັດວຽກໃນແຕ່ລະອາຊີບ ປະກອບດ້ວຍທັກສະການສື່ສານ ແລະ ພັດທະນາແນວຄິດເປັນຫຼັກ. Soft Skill ປະກອບມີ ການໃຊ້ພາສາ, ການຕິດຕໍ່ສື່ສານ, ຄວາມເປັນມິດ, ການເບິ່ງໂລກໃນແງ່ດີ, ການສະແດງອອກທາງສັງຄົມ, ບຸກຄະລິກເປັນຕົ້ນ.
Excel ຂັ້ນພື້ນຖານ
ໃນການສອນ Microsoft Excel ແມ່ນໄດ້ສອນການນໍາໃຊ້ສູດທີ່ຖືກນໍາໃຊ້ໃນການເຮັດວຽກຂັ້ນພື້ນຖານ ເຊິ່ງລວມມີ Sum, Sumifs, Count, Countif ແລະ ອື່ນໆ. ໃນການສອນແມ່ນໄດ້ສອນນໍາໃຊ້ໂດຍກົງ ພ້ອມກັບຕົວຢ່າງທີ່ຈະພາໃຫ້ເຂົ້າໃຈ
ເຄມີສາດ
ວິຊາເຄມີເປັນວິທະຍາສາດສາຂາໜຶ່ງ ແລະ ເປັນຫຼັກສູດທີ່ຮຽນໃນຊັ້ນມັດທະຍົມ ທີ່ສຶກສາກ່ຽວກັບທາດຕ່າງໆທີ່ປາກົດຢູ່ເທິງໜ້າໂລກ ລວມທັງຄຸນລັກສະນະສະເພາະຂອງທາດ, ໂຄງສ້າງຂອງທາດ, ສູດ ແລະ ປະຕິກິລິຍາຂອງທາດປະສົມຕ່າງໆ. ນອກຈາກນັ້ນ ກໍຍັງສຶກສາກ່ຽວກັບສູດເຄມີ, ທິດສະດີ ແລະ ກົດເກດທີ່ຄິດຄົ້ນໂດຍນັກວິທະຍາສາດ. ໃນຄອດສວິຊາເຄມີສາດ ຊັ້ນມ7 ນີ້ຈະຮຽນກ່ຽວກັບ 5 ພາກຄື: ເຄມີເດີ່ນເຄື່ອນ, ທາດລະລາຍ ແລະ ການປຸງແຕ່ງທາດລະລາຍ, ການດຸ່ນດ່ຽງເຄມີ, ທິດສະດີການແຕກຕົວຂອງທາດວິເຄາະໄຟຟ້າ ແລະ ໄຟຟ້າເຄມີ. ເຊິ່ງລວມທັງໝົດມີ 24 ບົດ, ແຕ່ລະບົດຈະມີຄຳຖາມ ແລະ ບົດເຝິກຫັດ, ມີການອະທິບາຍ ແລະ ຍົກຕົວຢ່າງເພື່ອໃຫ້ນັກຮຽນທີ່ເຂົ້າມາຊົມເຂົ້າໃຈງ່າຍຂຶ້ນ ເຊິ່ງນັກຮຽນກໍສາມາດຄົ້ນຄວ້າບົດຮຽນດ້ວຍຕົວເອງໃນເວລາຫວ່າງ ແລະ ຕ້ອງການຊອກຫາຄວາມຮູ້ຕື່ມ. ນອກນັ້ນ ນັກຮຽນຍັງສາມາດນຳບົດຮຽນນີ້ໄປໃຊ້ການກຽມສອບເສັງຕ່າງໆໄດ້.
ຄະນິດສາດ
ວິຊາຄະນິດສາດເປັນວິຊາໜື່ງ ທີ່ມີຢູ່ໃນການຮຽນ ການສອນໃນທຸກໆລະດັບ ແລະ ເປັນວິຊາທີ່ມີຄວາມສຳຄັນໃນການພັດທະນາຄວາມຮູ້ດ້ານການຄິດໄລ່ ເຊິ່ງໃນຂັ້ນມັດທະຍົມສືກສາປີທີ 7 ແກນຂອງຫລັກສູດແມ່ນມີ 10 ພາກ ແລະ 29 ບົດ ເຊັ່ນສົມຜົມ ax+by=c, ອັນດັບຈະນວນ ແລະ ການນຳໃຊ້,ມາຕຮິດ, ເດແຕກມີນັງ ແລະ ລະບົບສົມຜົມລີເນແອ, ຈຳນວນສົນ, ຕຳລາໄຕມຸມ ຕຳລາອີແປກໂບລິກ ຕຳລາປີ້ນ ສົມຜົມຈຸນລະຄະນິດ ແລະ ເລຂາຄະນິດວິເຄາະໃນກາງຫາວ. ໃນຄອດສວິຊາຄະນິດສາດ ໃນຂັ້ນມັດທະຍົມສືກສາປີທີ 7 ນີ້ທີ່ Tonkar Learning ຈະນຳມາສິດສອນນີ້ເຊີ່ງລວມມີ ນິຍາມ, ຫລັກເກນ,ສູດ ແລະ ບົດຕົວຢ່າງເພື່ອເປັນແນວທາງໃນການຮຽນ ແລະ ຄັດຈ້ອນເອົາບົດຮຽນທີ່ສຳຄັນຕໍ່ການຮຽນ,ການສອບເສັງ ເພື່ອໃຫ້ເຂົ້າໃຈງ່າຍຂື້ນ, ສາມາດນຳເອົາໄປເປັນບົດຮຽນເສີມເພື່ອຄວາມເຂົ້າໃຈເພີ່ມເຕີມ.
ຟີຊິກສາດ
ເມື່ອເວົ້າເຖິງຂະແໜງການວິທະຍາສາດວິຊາຟີຊິກສາດໜຶ່ງທີ່ສຳຄັນເຊິ່ງສຶກສາກ່ຽວກັບວັດຖຸ ແລະ ພະລັງງານ, ລວມທັງຄວາມຮູ້ພື້ນຖານຂອງປາກົດການທີ່ເກີດຂຶ້ນຢູ່ໃນສະພາບແວດລ້ອມອ້ອມໂຕເຮົາເປັນຕົ້ນ. ຄວາມຮູ້ພື້ນຖານຢູ່ໃນຊັ້ນມັດທະຍົມສຶກສາເປັນສິ່ງໜຶ່ງທີ່ສຳຄັນທີ່ສາມາດນຳໄປຕໍ່ຍອດໃນສາຍການຮຽນໃນອະນາຄົດ ຫຼື ການປະຕິບັດຕົວຈິງໄດ້ເຊັ່ນ: ການນຳໃຊ້ຄວາມຮູ້ພື້ນຖານທາງແມ່ເຫຼັກໄຟຟ້າໄປໃຊ້ນຳອຸປະກອນເອເລັກໂທຣນິກຕ່າງໆ. ໃນການສອນຂອງພວກເຮົາໄດ້ອີງຕາມເນື້ອໃນຂອງປຶ້ມແບບຮຽນຊັ້ນ ມ7 ເຊິ່ງປະກອບມີ 10 ພາກເຊັ່ນ ການເຄື່ອນທີ່ປິ່ນຂອງວັດຖຸແຂງ, ການສັ່ນໄກວກົນຈັກ, ແມ່ເຫຼັກໄຟຟ້າ ໆລໆ. ໃນແຕ່ລະພາກເຮົາໄດ້ລວບລວມທັງທິດສະດີ, ຕົວຢ່າງການຄິດໄລ່ ແລະ ບົດເຝິກຫັດທີ່ກ່ຽວຂ້ອງ ເພື່ອໃຫ້ນັກຮຽນໄດ້ເຂົ້າໃຈເພີ່ມຕື່ມເຊິ່ງມັນຍັງສາມາດຊ່ວຍໃຫ້ນ້ອງໆກຽມພ້ອມໃນການສອບເສັງຈົບຊັ້ນ ແລະ ສອບເສັງເຂົ້າມະຫາວິທະຍາໄລອີກດ້ວຍ.